Tip:
Highlight text to annotate it
X
ສຳຫຼວດໂລກຂອງທ່ານຜ່ານຮູບພາບສະເໝືອນຈິງ ຂອງ Google Maps ຮູບແບບໃໝ່.
ມັນມີວິທີງ່າຍໆໃນການເຂົ້າເຖິງຮູບພາບຕ່າງໆ ຄືການໃຊ້: ບັດຂໍ້ມູນທີ່ຢູ່ກ້ອງປ່ອງຊອກຫາ ແລະ
ຮູບພາບມ້າໝຸນທີ່ຢູ່ດ້ານລຸ່ມຂອງໜ້າຈໍ.
ທຳອິດ, ໃຫ້ຊູມເຂົ້າໄປແລ້ວຄລິກທີ່ຈຸດໃດກໍໄດ້ ໃນແຜນທີ່.
ທີ່ຢູ່ ແລະພາບ Street View ຈະປາກົດ ຂຶ້ນມາໃນບັດຂໍ້ມູນ.
ຄລິກໃສ່ທີ່ຮູບຕົວຢ່າງເພື່ອເຂົ້າເບິ່ງ Street View, ຈາກນັ້ນກໍປັບທິດທາງຂອງທ່ານ ໂດຍການຄລິກເມົ້າຄ້າງໄວ້
ແລ້ວລາກໄປມາ ຫຼືໃຊ້ເຄື່ອງມືເຂັມທິດ.
ຈາກນັ້ນກໍຄລິກໃສ່ຖະໜົນທີ່ທ່ານຕ້ອງການ ຈະເດີນທາງໄປ.
ຕ້ອງການກວດສອບເບິ່ງທຸລະກິດທ້ອງຖິ່ນກ່ອນ ທີ່ທ່ານຈະໄປແທ້?
ທ່ອງໄປໃນໂລກຂອງ Street View ຫຼືສຳຫຼວດພາຍໃນ ສະຖານທີ່ຕ່າງໆ ໂດຍການຄລິກທີ່ "ເບິ່ງພາຍໃນ."
ຫາກທ່ານຕ້ອງການເບິ່ງໂລກຜ່ານມຸມມອງຂອງໃຜຈັກຄົນນຶ່ງ ໃຫ້ລອງເບິ່ງຮູບພາບທີ່ສົ່ງເຂົ້າມາໂດຍຜູ່ໃຊ້ອື່ນໆ
ເຊິ່ງຈະມີໄອຄອນຮູບກ້ອງຖ່າຍຮູບໝາຍໄວ້ໃຫ້ຮູ້.
ຢ່າຢຸດພຽງເທົ່ານັ້ນ! ທ່ານຍັງສາມາດເບິ່ງທົວແບບຮູບພາບ ໄດ້ໂດຍການຄລິກທີ່ຮູບຕົວຢ່າງຕ່າງໆ ທີ່ໝາຍເປັນໄອຄອນຫຼິ້ນໄດ້.
ປະສົບການ 3 ມິຕິສະເໝືອນຈິງເຫຼົ່ານີ້ ແມ່ນຖືກສ້າງຂຶ້ນ ຈາກຮູບພາບທີ່ອັບໂຫລດໂດຍຜູ່ໃຊ້ທົ່ວໄປຄືກັບທ່ານ ແລະມີ
ໃຫ້ສາມາດເບິ່ງໄດ້ຫຼາຍກວ່າ 60,000 ສະຖານທີ່ທົ່ວໂລກ.
ທ້າຍສຸດນີ້, ລອງສຳຫຼວດໂລກຈາກທ້ອງຟ້າ ໂດຍການເຂົ້າ ໄປທີ່ມຸມມອງໂລກໄດ້.
ຫາກທ່ານໃຊ້ໂປຣແກຣມທ່ອງເວັບທີ່ຮອງຮັບລະບົບນີ້, ທ່ານຈະສາມາດ ຊູມເຂົ້າໄປໃກ້ໆ ແລ້ວເບິ່ງຕຶກອາຄານຕ່າງໆເປັນແບບ 3 ມິຕິໄດ້.
ແຜງຄວບຄຸມໃນດ້ານຂວາລຸ່ມຈະໃຫ້ທ່ານສາມາດ ອຽງ ແລະໝຸນມຸມມອງຂອງພາບໄດ້.
ຫຼືຊູມອອກໄປໄກທີ່ສຸດ... ແລ້ວເພີດເພີນໄປກັບທິດທັດເຫຼົ່ານັ້ນ.
ພົບກັບ Google Maps ຮູບແບບໃໝ່.