Tip:
Highlight text to annotate it
X
ເກີດມາຄົນດຽວ…ຕາຍຄົນດຽວ
ລູກ…ລູກ…ລູກໄປໃສໝົດແລ້ວຫວາ?
ລູກ
ມີຫຍັງ?
ຊອກເຂົ້າໃຫ້ພໍ່ກີນແດ່?
ພໍ່ມື້ນີ້ເມົາອີກແລ້ວຫວາ
ເຈົ້າບໍ່ມີສິດມາຫ້າມຂ້ອຍ ຂ້ອຍບອກໃຫ້ເຈົ້າຊອກເຂົ້າໃຫ້ຂ້ອຍກີນ
ຖ້າຈັກນ້ອຍ ເຂົ້າກຳລົງຫຸງ ຂ້ອຍໃຫ້ເວລາເຈົ້າໜື່ງນາທີ ໄປເຮັດດຽວນີ້
ຂ້ອຍຊີສັ່ງສອນເຈົ້າເບີ່ງດູ?
ເຈົ້າເຮັດຫຍັງໝົດມື້ ປານນີ້ຍັງບໍ່ທັນແຕ່ງກີນ
ພໍ່ບໍ່ຕ້ອງຕີເອື້ອຍຂ້ອຍ
ຂໍແດ່ພໍ່… ເຈົ້າຮູ້ບໍວ່າຂ້ອຍແມ່ນໃຜ
ຂໍແດ່ພໍ່, ລູກຈະໄປແຕ່ງກີນດຽວນີ້
ໄປແຕ່ງກີນດຽວນີ້
ເອື້ອຍຂຽນຈົດໝາຍຫາໃຜ?
ຂຽນຫາອີ່ແມ່
ເວົ້າໃຫ້ອີ່ແມ່ມາເຮືອນໄວໄວເດີ
ລູກ...
ພໍ່ມາແລ້ວໄວໄວນັ່ງຮຽນໜັງສື
ພໍ່
ພໍ່ຈະໄປການ ລູກຢາກໄດ້ຫຍັງບໍ?
ບໍ່ຢາກໄດ້ພໍ່ ໄປລະມັດລະວັງເດີ
ພໍ່ໄປກ່ອນເດີ
ພໍ່
ມີຫຍັງລູກ
ມື້ນີ້ພໍ່ບໍ່ຕ້ອງດື່ມເຫຼົ້າອີກເດີ
ໂດຍລູກ
ນ້ອງເຮົາສົ່ງຈົດໝາຍຫາອີ່ແມ່ນໍ
ດີເຮົາໄປໄວໄວ ກ່ອນອີ່ພໍ່ຈະກັບມາ ບາງເທຶ່ອພໍ່ກຳລັງມາຮອດເຄີ່ງທາງ ໄປເຮົາໄປ
ລູກ ໄປໃສແລ້ວ…ລູກ
ລູກໄປໃສໝົດຫວາ
ໂອຍ..ຫຍັງແດ່…?
ພວກເຮົາບໍ່ຢາກຢູ່ກັບອີ່ພໍ່ ອີ່ພໍ່ເປັນຕາຢ້ານໂພດ
ພວກເຮົາບໍ່ຢາກຢູ່ນຳພໍ່...
ແມ່ນໃຜຂຽນໜັງສື ເວົ້າຂ້ອຍແບບນີ້ຫວາ
ລອງເບີ່ງດູ ແມ່ພວກເຈົ້າຈະເຮັດຫຍັງໃຫ້ຂ້ອຍ..
ໃຜຂຽນໜັງສືນີ້?
ພໍ່ອີກທາງພວກເຮົາເຂົ້າໄປໃນເຮືອນ
ພໍ່ເອົາອັນນັ້ນມາໃຫ້ຂ້ອຍ ເຈົ້າບໍ່ຮູ້ເຖິງຂ້ອຍ..ໃຜຂຽນອັນນີ້..?
ມັນແມ່ນຫຍັງອີ່ພໍ່..
ຂ້ອຍຂຽນພໍ່
ເຈົ້າຂຽນບໍ? ເປັນຫຍັງເຈົ້າຄືຂຽນສີ່ງບໍ່ມີຄວາມຈີງ
ບໍບໍ່ແມ່ອີ່ພໍ່
ແມ່ຂອງເຈົ້າໄປມີຊີວິດໃໝ່ແລ້ວ.. ເຈົ້າຍັງຂຽນຈົດໝາຍຫາລາວເຮັດຫຍັງ?
ເຈົ້າຮູ້ບໍວ່າຂ້ອຍແມ່ນໃຜ
ບໍ ອີ່ພໍ່
ພວກເຈົ້າເຮັດໃຫ້ອີ່ແມ່ລົງໂທດໃຫ້ຂ້ອຍມັນດີຫວາ
ພວກເຈົ້າບໍ່ຮູ້ເຖິງອີ່ພໍ່ ລູກ: ຂໍບໍ່ຕ້ອງຕີພວກລູກ ອີພໍ່
ເອື້ອຍຂ້ອຍບໍ່ຢາກຢູ່ທີ່ນີ້ອີດແລ້ວ
ບໍ່ຮູ້ຈະເຮັດແນວໃດ
ພວກເຮົາໜີໄປນໍເອື້ອຍ
ປ້າ…ປ້າ
ແມ່ພວກເຈົ້າແດ່?
ອີ່ແມ່
ພວກເຈົ້າທັງສອງມານີ້ຫວາ
ໂດຍ ປ້າ
ພວກເຈົ້າມາທີ່ນີ້ ມີຫຍັງນໍ?
ປ້າພວກລູກຂໍຢູ່ທີ່ນີ້ ສອງສາມມື້ໄດ້ບໍ?
ບໍ່ໄດ້ດອກ ພວກລູກເອີຍ ຢ້ານພໍ່ພວກເຈົ້າຈະມາກໍ່ຄວາມວຸ້ນວາຍ
ຂໍແດ່ປ້າ
ບໍໄດ້ລູກ
ນ້ອງພວກເຮົາບໍ່ມີບ່ອນຈະໄປອີກໄປແລ້ວ
ພວກເຮົາຢູ່ນີ້ຖ້າຈົນກວ່າແມ່ມານໍ
ລູກທັງສອງໄປໃສແລ້ວນໍ?
ຂ້ອຍຈະໄປຊອກເຂົາຢູ່ໃສຈື່ງຈະເຫັນແດ່?
ທຸກສີ່ງຍ້ອນການດື່ມເຫຼົ້າຂອງຂ້ອຍ (ແມ່ໄດ້ຍິນຈີ່ງເຂົ້າມາຖາມ)
ລູກ..
ເປັນຫຍັງເຈົ້າມາເຮືອນບໍບອກຂ້ອຍ
ລູກຂອງຂ້ອຍແດ່ໄປໃສໝົດ? ເຈົ້າໄດ້ ເຮັດຫຍັງໃຫ້ເຂົາເຈົ້າ
ລູກໄປແຕ່ມື້ວານນີ້ແລ້ວ
ເຈົ້າດູແລລູກຕອນຂ້ອຍບໍ່ຢູ່ເປັນແບບນີ້ຫວາ
ຂ້ອຍຈະໄປຊອກຫາລູກຂ້ອຍກ່ອນ..
ໂອພະເຈົ້າລູກຂອງຂ້ອຍໄປໃສໝົດ.. ຂ້ອຍບໍ່ຄວນຈະປ່ອຍໃຫ້ເຂົາເຈົ້າຢູ່ແບບນີ້ເລີຍ
ເອື້ອຍອີ່ແມ່ຢູ່ໃສ?
ບໍ່ຕ້ອງໄຮ້ນ້ອງ
ພວກເຮົາຢູ່ນີ້ຖ້າ ແມ່ຕ້ອງມານີ້
ລູກ…ແມ່
ແມ່…ເຈົ້າມາຕອນໃດແລ້ວ?
ພວກເຮົາຈື່ງລົມກັນຕາມຫຼັງລູກໄປເມືອ
ພວກລູກບໍ່ໄປ
ເປັນຫຍັງລູກ? ອີ່ພໍ່ຈະຕີພວກລູກ
ບໍ່ຕ້ອງຢ້ານລູກ
ບໍ່ມີອີແມ່ ພວກລູກບໍ່ໄປ
ຂ້ອຍຈຈະຕ້ອງໄປຊອກລູກຂອງຂ້ອຍ
ແລະ ເມຍຂອງຂ້ອຍກໍ່ໄດ້ໄປຊອກແລ້ວ
ເຈົ້າເຫັນພວກເຂົາຢູ່ໃສ?
ຢູ່ໃສ?
ຂໍຍົກໂທດໃຫ້ຂ້ອຍແດ່
ບໍ່ຕ້ອງມາຂໍໂທດຂ້ອຍ..ໄປຂໍໂທດລູກຂອງເຮົາ
ຂໍຍົກໂທດໃຫ້ພໍ່ແດ່ລູກ
ບໍ່ເປັນຫຍັງອີພໍ່
ໄປເຂົ້າໄປໃນເຮືອນ
ໄປລູກ
ແມ່ຂໍແມ່ບໍ່ຕ້ອງຈາກພວກລູກໄປອີກເດີ
ໂດຍລູກ ອີແມ່ຈະບໍ່ຈາກພວກລູກໄປໃສອີກ
ແມ່ເປັນຫຍັງແມ່ຈື່ງບໍຢູ່ນຳພວກເຮົາກ່ອນນີ້
ບໍ່ມີຫຍັງລູກດຽວນີຄອບຄົວເຮົາມາຢູ່ນຳກັນແລ້ວ