Tip:
Highlight text to annotate it
X
ການຊອກຫາມີປະສິທິພາບຍິ່ງກວ່າທີ່ເຄີຍດ້ວຍ Google Maps ຮູບແບບໃໝ່.
ເພື່ອທົດລອງໃຊ້ມັນ, ໃຫ້ຊອກຫາສະຖານທີ່ໃດນຶ່ງ ແລ້ວເບິ່ງຂໍ້ມູນສະຖານທີ່ເຊິ່ງຖືກສະແດງໃນ
ບັດຂໍ້ມູນທີ່ຢູ່ກ້ອງປ່ອງຊອກຫາ.
ທ່ານຮູ້ວ່າໂຕເອງຕ້ອງການຫຍັງ ແຕ່ບໍ່ແນ່ໃຈວ່າຈະຊອກໄດ້ແນວໃດບໍ?
ລອງຊອກຫາໝວດໝູ່ຂອງສະຖານທີ່ຕ່າງໆ, ເຊັ່ນ "coffee near Central Park"
ທ່ານຈະເຫັນແມ່ນແຕ່ການຊອກຫາທີ່ກ່ຽວຂ້ອງກັນ ເພື່ອຊ່ວຍໃຫ້ທ່ານຊອກຫາສິ່ງທີ່ກ່ຽວຂ້ອງທີ່ສຸດໄດ້.
ຜົນການຊອກຫາທັງໝົດຂອງທ່ານຈະປາກົດໃນແຜນທີ່, ຮວມທັງຊື່ຂອງທຸລະກິດຕ່າງໆກໍຈະປາກົດນຳ.
ເຂົ້າເບິ່ງໃກ້ໆ: ທ່ານຈະເຫັນວ່າມີໄອຄອນທີ່ແຕກຕ່າງກັນ ເພື່ອຊ່ວຍໃຫ້ທ່ານສາມາດລະບຸຄວາມແຕກຕ່າງຂອງທຸລະກິດໄດ້.
ໄອຄອນສີແດງທີ່ໃຫຍ່ກວ່າອັນອື່ນ ແມ່ນມີຄວາມກ່ຽວຂ້ອງຫຼາຍທີ່ສຸດ ໃນຜົນການຊອກຫາຂອງທ່ານ.
ໃຫ້ສັງເກດວ່າເມື່ອທ່ານຄລິກເລືອກລະຫວ່າງແຕ່ລະໄອຄອນ, ແຜນທີ່ຈະປັບປ່ຽນເພື່ອສະແດງຖະໜົນ ແລະສະຖານທີ່ຕ່າງໆ
ທີ່ກ່ຽວຂ້ອງກັບແຕ່ລະສະຖານທີ່ນຳ.
ເມື່ອທ່ານເລືອກສະຖານທີ່ໃດນຶ່ງແລ້ວ, ບັດຂໍ້ມູນຈະ ປາກົດຂຶ້ນເພື່ອສະແດງຂໍ້ມູນທີ່ເປັນປະໂຫຍດຂອງທຸລະກິດ.
ກ່ອນທີ່ຈະທ່ານເລືອກບ່ອນທີ່ຕ້ອງການໄປ, ຂໍໃຫ້ກວດເບິ່ງ ຮູບພາບຈາກ Street View ກ່ອນ ຫຼືເບິ່ງໃກ້ໆໂດຍການ
ຄລິກທີ່ "ເບິ່ງພາຍໃນ."
ເມື່ອທ່ານຕັດສິນໃຈໄດ້ແລ້ວວ່າຈະໄປບ່ອນໃດ, ທ່ານກໍສາມາດ ເບິ່ງຂໍ້ມູນເສັ້ນທາງ, ເວລາເຮັດວຽກ, ການຕິຊົມ ແລະອື່ນໆໄດ້ໃນຄລິກດຽວ.
ດ້ວຍຜົນຊອກຫາທີ່ກ່ຽວຂ້ອງທີ່ສຸດຂອງຖະໜົນ ແລະສະຖານທີ່ຕ່າງໆ ສະແດງຂຶ້ນໃຫ້ເບິ່ງ ມັນກໍງ່າຍທີ່ຈະໄປບ່ອນນັ້ນໄດ້.
ແລະງ່າຍທີ່ຈະຫາທາງກັບເຮືອນ.
ພົບກັບ Google Maps ຮູບແບບໃໝ່.