Tip:
Highlight text to annotate it
X
ເປັນຫຍັງເຈົ້າຄືເມົາແບບນີ້
ເຈົ້າຢາກຖຶກຕີບໍ
ລູກມາຊ່ວຍພໍ່ແດ່
ມີໃຜຢູ່ເຮືອນບໍ?
ຢູ່, ມາຫວາເຂົ້າມາເຮືອນແມ້
ພໍ່ຂອງຂ້ອຍເມົາທຸກມື້, ມາຕີແມ່ຂ້ອຍ ເຮັດໃຫ້ພວກຂ້ອຍຮຽນບໍ່ໄດ້
ໂອແມ່ນຫວາ ພໍ່ຂອງເຈົ້າຊື່ແນວໃດ?
ຊູຊາ
ເຈົ້າເຊັນໃຫ້ຂ້ອຍແດ່
ເຈົ້າໄປບອກພໍ່,ແມ່ຂອງເຈົ້າມາພົບຂ້ອຍມື້ອື່ນເດີ
ພໍ່ ກັບ ແມ່
ມີຫຍັງລູກ
ຫົວໜ້າວຽກງານປົກປ້ອງເດັກບອກໃຫ້ພວກເຈົ້າໄປພົບເພີ່ນ
ແມ່ນແທ້ຫວາ? ຄັນຊັ້ນພວກເຮົາຈື່ງໄປ
ຢູ່ເຮືອນບໍ?
ຢູ່ ມາຫວາ ມາເຮືອນແມ້
ເຈົ້າມີວຽກຫຍັງຈະລົມນຳພວກເຮົານໍ
ເຈົ້າແມ່ນພໍ່ຂອງກາມົງບໍ?
ໂດຍແມ່ນ
ເຈົ້າເມົາເຫຼົ້າທຸກມື້ແມ່ນບໍ?
ມັນມີບັນຫາເຖິງການຮຽນຂອງລູກເຈົ້າ? ແລະ ມັນມີບັນຫາຫຍັງຕໍ່ກັບຕົວເຈົ້າເອງ?
ເຈົ້າເປັນແມ່ເຈົ້າຄິດແນວໃດ?
ຂ້ອຍເຮັດໃຈຍາວເພື່ອລູກຂອງຂ້ອຍ, ບໍ່ຢາກເປັນແມ່ຮ້າງ
ເຈົ້າເຂົ້າໃຈບໍວ່າເມຍຂອງເຈົ້າເຮັດທຸກຢ່າງເພື່ອເຈົ້າ
ເຈົ້າຕ້ອງສັນຍາວ່າເຈົ້າຈະບໍ່ກິນເຫຼົ້າອີກ
ຕົກລົງຂ້ອຍສັນຍາວ່າຈະບໍ່ກີນເຫຼົ້າອີກ
ໄດ້ແລ້ວ ເຊີນນັ່ງ
ຖ້າວ່າເຈົ້າຍັງດື່ມເຫຼົ້າອິກ ຂ້ອຍຈະບອກໃຫ້ລູກເຈົ້າໄປບອກຕຳຫຼວດ
ເວລານັ້ນເຈົ້າຈະຖຶກຄຸກ ແລະ ຕ້ອງໄດ້ໄຊ້ຈ່າຍເງີນປະກັນຕົວເຈົ້າ
ຂ້ອຍຮູ້ວ່າຄອບຄົວເຈົ້າແມ່ນຄອບຄົວທຸກຍາກ
ເມືອບ້ານແລ້ວໄປສັນຍາກັບລູກຂອງເຈົ້າວ່າເຈົ້າຈະບໍ່ດື່ມເຫຼົ້າອີກ
ໂດຍ
ພວກເຮົາໄປກ່ອນເດີ
ພວກເຮົາເມືອກ່ອນເດີ
ບໍ່ຕ້ອງດື່ມເຫຼົ້າອີກເດີ
ຫົວໜ້າວຽກງານປົກປ້ອງເດັກບອກໃຫ້ເຈົ້າບໍ່ຕ້ອງດື່ມເຫຼົ້າອີກ
ໄປບອກລູກຂອງເຈົ້າວ່າເຈົ້າຈະບໍ່ດື່ມເຫຼົ້າອີກ
ໂດຍ ຂ້ອຍຂໍສັນຍາ
ພວກລູກອອກມານອກມາຫາພໍ່ແດ່
ມີຫຍັງພໍ່?
ພໍ່ຂໍສັນຍາວ່າພໍ່ຈະບໍ່ດື່ມເຫຼົ້າອີກ
ແມ່ນແທ້ຫວາ
ແມ່ນແລ້ວພໍ່ຂໍສັນຍາ